ກອງປະຊຸມສ້າງຕັ້ງ ສສກຍອສ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມສູນຄົ້ນຄ້ວາ ແລະ ຝຶກອົບຮົມ ຂອງສູນກາງແນວລາວ ສ້າງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 31 ຕຸລາ 2025 ໂດຍພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມຂອງທ່ານ ທອງຈັນ ລ້ານສີ ຕາງໜ້າຄະນະຂົນຂວາຍສ້າງຕັ້ງ ສສກຍອສ ແລະ ເປັນກຽດເຂົ້າຮ່ວມໂດຍຜູ້ແທນຕາງ ໜ້າຈາກບັນດາກະຊວງ (ກຊ) ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຊັ່ນ: ກຊ ການຕ່າງປະເທດ, ກຊ ກະສິກຳ ແລະ ສີ່ງແວດລ້ອມ, ກຊ ສາທາລະນະສຸກ, ກຊ ສຶກສາທິການ ແລະກິລາ, ຫ້ອງການຄະນະຈັດຕັ້ງສູນກາງພັກ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານ ແລະ ສະຫະພັນອາສາສະໝັກຊ່ວຍເຫຼືອ ພານໂຈວ ສປ ຈີນ (PVF) ເຊີ່ງວ່າພາກສ່ວນດັ່ງກ່າວນີ້ໄດ້ເຂົ້າຮ່ວມໃນນາມຄູ່ຮ່ວມງານຂອງ ສສກຍອສ ເພື່ອສະໜັບສະໜູນ ແລະ ສ້າງອະນາຄົດຂອງ ສສກຍອສ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.
ກອງປະຊຸມໄດ້ມີການຜ່ານ ແລະ ນຳສະເໜີຫົວຂໍ້ທີ່ສຳຄັນຄື:
1) ຂໍ້ຕົກລົງວ່າດ້ວຍການອະນຸມັດເປີດກອງປະຊຸມສ້າງຕັ້ງສະມາຄົມ (ສສກຍອສ)
2) ປະຫວັດຫຍໍ້ຂອງສະມາຄົມ (ສສກຍອສ)
3) ຮ່າງກົດລະບຽບຂອງສະມາຄົມ (ສສກຍອສ)
4) ແຜນຍຸດທະສາດ 05 ປີຂອງສະມາຄົມ ສສກຍອສ (2025-2029)
ພາຍຫຼັງການນຳສະເໜີ ບັນດາຜູ້ແທນກອງປະຊຸມຈາກແຕ່ລະພາກສ່ວນກໍໄດ້ປະກອບຄຳຄິດເຫັນແລກປ່ຽນຕໍ່ກັບແຕ່ລະບົດນຳສະເໜີເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມ ບູນແບບ.
ນອກຈາກນັ້ນກໍໄດ້ມີການແຈ້ງຜົນເລືອກຕັ້ງຄະນະບໍລິຫານ ແລະຄະນະກວດກາຂອງ ສມຄ ຢູ່ໃນກອງປະຊຸມມື້ດຽວກັນ ເຊີ່ງວ່າຄະນະບໍລິຫານ ສສກຍອສ ຊຸດທຳອິດນີ້ປະກອບມີ 05 ທ່ານ ແລະ ຄະນະກວດ ກາ 03 ທ່ານດ້ວຍກັນ ຊື່ງວ່າເປັນບາດກ້າວສຳຄັນສຳລັບການສ້າງຕັ້ງສະມາຄົມ.
ກອງປະຊຸມດັ່ງກ່າວໄດ້ດຳເນີນພຽງເຄີ່ງວັນ ແລະ ສຳເລັດຕາມຈຸດປະສົງລະດັບຄາດໝາຍ ແລະ ສາມາດເວົ້າໄດ້ວ່າ ສສກຍອສ ຂອງພວກເຮົາໄດ້ສ້າງພື້ນຖານທີ່ເຂັ້ມແຂງດ້ານການຮ່ວມມືເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວຕ່າງໆຂອງສະມາຄົມໃນຕໍ່ໜ້າ.
ພວກເຮົາໃນນາມຄະບໍລິຫານງານ ສສກຍອສ ທີ່ຖືກເລືອກຕັ້ງໃໝ່ໃນຊຸດນີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈເປັນຢ່າງຍີ່ງມາຍັງຜູ້ແທນຕາງໜ້າຈາກບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດທີ່ກ່ຽວຂ້ອງທີ່ໄດ້ສະຫຼະເວລາອັນມີຄຸນຄ່າ ເຂົ້າຮ່ວມກອງປະຊຸມສ້າງຕັ້ງ ສສກຍອສ ໃນຄັ້ງນີ້ ແລະ ສມຄ ຂອງພວກເຮົາຂໍສະແດງຄວາມຂອບໃຈເປັນພິເສດມາຍັງ ສະຫະພັນອາສາສະໝັກຊ່ວຍເຫຼືອ ພານໂຈວ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານໃນການຈັດໃຫ້ກອງປະຊຸມຄັ້ງນີ້ສຳເລັດຜົນຕາມຄາດໝາຍ. ດ້ວຍຄວາມຮ່ວມມືກັບຫຼາຍພາກສ່ວນທີ່ກ່ຽວຂ້ອງທີມງານ ສມຄ ຂອງ ພວກເຮົາພ້ອມ ແລ້ວທີ່ຈະປະຕິບັດພັນທະສັນຍາ, ທຸ່ມເທ ເຫື່ອແຮງ, ຈິດໃຈ, ສະຕິປັນຍາ ແລະ ທ່າແຮງທີ່ມີເພື່ອເຮັດໃຫ້ວຽກໂຄງການ ສສກຍອສ ຂອງພວກເຮົາຖືກຂັບເຄື່ອນໄປດ້ວຍດີ ແລະ ບັນລຸຕາມຈຸດປະສົງເປົ້າໝາຍ.