Search this site
Embedded Files
Skip to main content
Skip to navigation
ສສກຍອສ
ໜ້າຫລັກ
ກ່ຽວກັບສະມາຄົມ
ໜ້າວຽກຫລັກ
ບັນດາຄູ່ຮ່ວມງານ
ຂ່າວສານ
ເອກະສານຕ່າງໆ
ຕິດຕໍ່ພວກເຮົາໄດ້ທີ່
ພາສາ
ພາສາອັງກິດ [EN]
ພາສາລາວ [LA]
ສສກຍອສ
ໜ້າຫລັກ
ກ່ຽວກັບສະມາຄົມ
ໜ້າວຽກຫລັກ
ບັນດາຄູ່ຮ່ວມງານ
ຂ່າວສານ
ເອກະສານຕ່າງໆ
ຕິດຕໍ່ພວກເຮົາໄດ້ທີ່
ພາສາ
ພາສາອັງກິດ [EN]
ພາສາລາວ [LA]
More
ໜ້າຫລັກ
ກ່ຽວກັບສະມາຄົມ
ໜ້າວຽກຫລັກ
ບັນດາຄູ່ຮ່ວມງານ
ຂ່າວສານ
ເອກະສານຕ່າງໆ
ຕິດຕໍ່ພວກເຮົາໄດ້ທີ່
ພາສາ
ພາສາອັງກິດ [EN]
ພາສາລາວ [LA]
ໜ້າວຽກຫລັກ
1.
ອະນຸລັກສີ່ງແວດລ້ອມ:
ການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດຜ່ານມາດຕະການເຊັ່ນ: ການຫຼຸດຜ່ອນມົນລະພິດ, ການຫຼຸດຜ່ອນສິ່ງເສດເຫຼືອໃຫ້ໜ້ອຍທີ່ສຸດ, ແລະ ການສົ່ງເສີມການປະຕິບັດແບບຍືນຍົງ.
2
.
ການຍົກລະດັບຊີວິດການເປັນຢູ່ແບບຍືນຍົງ
:
ການສົ່ງເສີມຊີວິດການເປັນຢູ່ແບບຍືນຍົງ ໂດຍການສະໜັບສະໜູນຊຸມຊົນທີ່ດ້ອຍໂອກາດ ໂດຍສະເພາະໃນເຂດຊົນນະບົດ ເພື່ອສ້າງເງື່ອນໄຂ ແລະ ໂອກາດ ໃຫ້ມີລາຍຮັບຈາກຫຼາຍຊ່ອງທາງ, ການເຂົ້າເຖິງການສຶກສາ, ການບໍລິການດ້ານສຸຂະພາບ, ໂອກາດທີ່ສະເໝີພາບ, ແລະ ການຝຶກອົບຮົມ; ແລະ ການມີສ່ວນຮ່ວມໃນກິດຈະກຳຊີວິດການເປັນຢູ່ທີ່ເປັນມິດກັບສິ່ງແວດລ້ອມ.
3
.
ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ
:
ການຊ່ວຍເຫຼືອຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ໂດຍການສົ່ງເສີມວິທີການຜະລິດກະສິກຳທີ່ມີຄວາມທົນທານ, ການພັດທະນາຮູບແບບການຜະລິດກະສິກຳແບບທັນສະໄໝ ແລະ ສາມາດປັບຕົວຕໍ່ກັບການປຽນແປງດິນຟ້າອາກາດ, ການຊຸກຍູ້ ແລະ ສົ່ງເສີມການນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ ແລະ ການສະໜັບສະໜູນແຜນການກະກຽມຮັບມືໄພພິບັດ ແລະ ການຕອບໂຕ້ເຫດການສຸກເສີນທີ່ມີປະສິດທິຜົນ.
4
.
ການພັດທະນາຊຸມຊົນ
:
ການສະໜັບສະໜູນການພັດທະນາຊຸມຊົນ ໂດຍການສົ່ງເສີມຄວາມເປັນພົນລະເມືອງທີ່ຫ້າວຫັນ, ການສົ່ງເສີມການມີສ່ວນຮ່ວມທາງສັງຄົມ, ການສະໜອງການເຂົ້າເຖິງບໍລິການສັງຄົມພື້ນຖານ, ແລະ ການເປັນກະບອກສຽງເພື່ອຄວາມສະເໝີພາບທາງສັງຄົມ.
5
.
ການສົ່ງເສີມການຈັດຕັ້ງປະຕິບັດເຜີຍແຜ່ເນື້ອໃນເອກະສານນະໂຍບາຍ/ນິຕິກຳຕ່າງໆທີ່ກ່ຽວຂ້ອງຂອງລັດຖະບານ
:
ສະໜັບສະໜູນມການຈັດຕັ້ງປະຕິບັດການເຜີຍແຜ່ເນື້ອໃນເອກະສານນະໂຍບາຍ ແລະ ນິຕິກຳຕ່າງໆທີ່ສົ່ງເສີມການພັດທະນາແບບຍືນຍົງ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ແລະ ຮັບປະກັນສິດທິຂອງຊຸມຊົນທີ່ດ້ອຍໂອກາດ. ການສະໜອງການຄົ້ນຄວ້າ ແລະ ຄວາມຊ່ຽວຊານໃຫ້ແກ່ອົງການຈັດຕັ້ງລະດັບຊາດ ແລະ ສາກົນ, ພາກສ່ວນກຳນົດນະໂຍບາຍ, ແລະ ສັງຄົມພົນລະເຮືອນ ເພື່ອເປັນຂໍ້ມູນໃນການຕັດສິນໃຈທີ່ອີງໃສ່ຫຼັກຖານ.
ກິດຈະກຳຫຼັກ
1. ການອ
ະ
ນຸລັກສິ່ງແວດລ້ອມ (Environmental Conservation)
ໂຄງການສົ່ງເສີມການປູກປ່າໄມ້ທົດແທນເພື່ອຟື້ນຟູພື້ນທີ່ປ່າໄມ້ທີ່ເສື່ອມໂຊມ, ໂດຍສະເພາະໃນພື້ນທີ່ສູນລວມດ້ານຊີວະນາໆພັນ ແລະ ລຽບຕາມຊາຍຝັ່ງແມ່ນໍ້າ.
ການໂຄສະນາຄຸ້ມຄອງ ແລະ ກຳຈັດສິ່ງເສດເຫຼືອ ໂດຍການສົ່ງເສີມການແຍກຂີ້ເຫຍື້ອ, ການນຳກັບມາໃຊ້ຄືນໃໝ່, ແລະ ການຫຼຸດຜ່ອນການໃຊ້ພລາສຕິກໃນເຂດຊຸມຊົນຕົວເມືອງ ແລະ ຊົນນະບົດ.
ການສົ່ງເສີມເຕັກນິກກະສິກຳແບບຍືນຍົງ ເຊັ່ນ: ກະສິກຳອິນຊີ, ການປູກພືດພັນແບບປະສົມປະສານ ແລະ ການປ້ອງກັນສັດຕູພືດ.
ກິດຈະກຳຟື້ນຟູລະບົບນິເວດ ໂດຍເນັ້ນໃສ່ເຂດພື້ນທີ່ປຽກຊຸ່ມ ລຽບຕາມຊາຍຝັ່ງແມ່ນໍ້າ ແລະ ເຂດພື້ນທີ່ໆໄດ້ຮັບຜົນກະທົບຈາກໂຄງການພັດທະນາ.
2
.
ຊີວິດການເປັນຢູ່ແບບຍືນຍົງ (Sustainable Livelihoods)
ການສະໜັບສະໜູນ ແລະ ລິເລີ່ມປະຕິບັດການທ່ອງທ່ຽວແບບນິເວດ (Eco-tourism) ໃນເຂດຊົນນະບົດ, ລວມທັງການຝຶກອົບຮົມຊຸມຊົນທ້ອງຖິ່ນໃຫ້ເປັນຜູ້ແນະນໍາ ແລະ ຊ່າງສີມືແຮງງານຕ່າງໆ.
ການສະໜອງການຝຶກອົບຮົມວິຊາຊີບ ແລະ ຝຶກທັກສະດ້ານກະສິກຳແບບຍືນຍົງ, ຫັດຖະກຳ, ແລະ ທຸລະກິດຂະໜາດນ້ອຍທີ່ເປັນມິດກັບສິ່ງແວດລ້ອມ.
ການອຳນວຍຄວາມສະດວກໃນການເຂົ້າເຖິງລະບົບການເງິນຈຸລະພາກ ແລະ ສິນເຊື່ອ ສໍາລັບຊາວກະສິກອນ ແລະ ຜູ້ປະກອບການໃນເຂດຊົນນະບົດ ເພື່ອສ້າງລາຍຮັບຈາກຫຼາຍຊ່ອງທາງ.
ການຈັດຕັ້ງປະຕິບັດໂຄງການປົກປັກຮັກສາຊັບພະຍາກອນທຳມະຊາດໂດຍອີງໃສ່ຊຸມຊົນເປັນເຈົ້າການຫຼັກເຊັ່ນ: ການຫາປາໃນເຊີງອານຸລັກແບບຍືນຍົງ ແລະ ການເກັບເຄື່ອງປ່າຂອງດົງ.
ການຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກສຸຂະພາບ, ການສຶກສາຂັ້ນພື້ນຖານ, ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍເນັ້ນໃສ່ກຸ່ມທີ່ດ້ອຍໂອກາດ, ໂດຍສະເພາະກຸ່ມແມ່ຍິງຊົນເຜົ່າ.
3
.
ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ (Climate Change Adaptation)
ການສຳຫຼວດປະເມີນຄວາມສ່ຽງ (vulnerability assessments) ໃນເຂດທີ່ມັກເກີດນໍ້າຖ້ວມ ແລະ ເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ.
ການສົ່ງເສີມການປູກພືດພັນທີ່ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ ເຊັ່ນ: ແນວພັນເຂົ້າທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ພືດພັນທີ່ທົນທານຕໍ່ນໍ້າຖ້ວມ.
ການສະໜັບສະໜູນໂຄງການພະລັງງານທົດແທນ ເຊັ່ນ: ລະບົບພະລັງງານແສງອາທິດໃນເຮືອນ (solar home systems) ໃນບ້ານຫ່າງໄກສອກຫຼີກ.
ການພັດທະນາລະບົບເຕືອນໄພລ່ວງໜ້າສໍາລັບເຫດການອັກຄິໄພ, ນໍ້າຖ້ວມ, ດິນເຈື່ອນ ແລະ ລົມພາຍຸ.
ການຈັດຝຶກອົບຮົມໃຫ້ກັບຊຸມຊົນກ່ຽວກັບການກະກຽມຮັບມືໄພພິບັດ, ການເຮັດປະຖົມພະຍາບານເບື້ອງຕົ້ນ, ແລະ ການຕອບໂຕ້ເຫດການສຸກເສີນ, ໂດຍສະເພາະໃນເຂດທີ່ມີຄວາມສ່ຽງສູງ.
4
.
ການພັດທະນາຊຸມຊົນ (Community Development)
ການອຳນວຍຄວາມສະດວກໃນການປຸກລະດົມການມີສ່ວນຮ່ວມຂອງຊຸມຊົນຢ່າງຕັ້ງໜ້າຕໍ່ກັບການບໍລິຫານ ແລະ ຄຸ້ມຄອງທ້ອງຖິ່ນ ແລະ ວິທີການ/ຂັ້ນຕອນການວາງແຜນການພັດທະນາ.
ການສະໜັບສະໜູນໂຄງການມີສ່ວນຮ່ວມທາງສັງຄົມ ສໍາລັບກຸ່ມຊົນເຜົ່າ ແລະ ກຸ່ມທີ່ດ້ອຍໂອກາດ.
ການປັບປຸງການເຂົ້າເຖິງບໍລິການສັງຄົມພື້ນຖານ ເຊັ່ນ: ນໍ້າສະອາດ, ສຸຂາພິບານ, ສຸຂະພາບ, ແລະ ການສຶກສາຂັ້ນພື້ນຖານໃນເຂດຊົນນະບົດ.
ການຈັດຕັ້ງໂຄສະນາເຜີຍແຜ່ກ່ຽວກັບສິດທິທາງສັງຄົມ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ແລະ ຄວາມສາມັກຄີກົມກຽວທາງສັງຄົມ.
ການສະໜັບສະໜູນໂຄງການພື້ນຖານໂຄງລ່າງຂະໜາດນ້ອຍທີ່ນໍາພາໂດຍຊຸມຊົນ ເຊັ່ນ: ການສ້າງໂຮງຮຽນ, ສະຖານທີ່ບໍລິການສຸຂະພາບ, ແລະ ສິ່ງອຳນວຍຄວາມສະດວກດ້ານສຸຂາພິບານ.
5
.
ການສົ່ງເສີມການຈັດຕັ້ງປະຕິບັດເຜີຍແຜ່ເນື້ອໃນເອກະສານນະໂຍບາຍ/ນິຕິກຳທີ່ກ່ຽວຂ້ອງຂອງລັດຖະບານ (Advocacy and Policy)
ການດໍາເນີນການຄົ້ນຄວ້າກ່ຽວກັບບັນຫາສິ່ງແວດລ້ອມ ແລະ ສັງຄົມ ເຊັ່ນ: ການທຳລາຍປ່າໄມ້, ສິດທິໃນການນຳໃຊ້ທີ່ດິນ, ແລະ ຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ.
ການຮ່ວມມືກັບອົງການຈັດຕັ້ງຂອງລັດຖະບານ ເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດນະໂຍບາຍ ກ່ຽວກັບການນໍາໃຊ້ທີ່ດິນແບບຍືນຍົງ, ການອະນຸລັກປ່າໄມ້, ແລະ ຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ.
ການຈັດຕັ້ງເວທີປະຊຸມສົນທະນາຮ່ວມກັບຫຼາຍພາກສ່ວນກ່ຽວຂ້ອງຊື່ງວ່າປະກອບມີພາກລັດ, ສັງຄົມພົນລະເຮືອນ, ແລະ ຊຸມຊົນທ້ອງຖິ່ນ ເພື່ອສົ່ງເສີມການສ້າງນະໂຍບາຍແບບມີສ່ວນຮ່ວມ.
ການສະໜອງຄວາມຊ່ຽວຊານດ້ານວິຊາການ ແລະ ຄໍາແນະນໍານະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບການພັດທະນາແບບຍືນຍົງ, ການປົກປັກຮັກສາຊັບພະຍາກອນທຳມະຊາດ, ແລະ ການມີສ່ວນຮ່ວມທາງສັງຄົມ.
ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍຕ່າງໆທີ່ກ່ຽວຂ້ອງ ແລະ ການເປັນກະບອກສຽງຕໍ່ກັບຜົນບັງຄັບໃຊ້ ແລະ ຄວາມຮັບຜິດຊອບສູງຂອງແຕ່ລະພາກສ່ວນ.
ຜົນຄາດຫວັງ
ທີ່ຈ
ະ
ໄດ້ຮັບ
1. ຊີວິດການເປັນຢູ່ຂອງຊຸມຊົນໄດ້ຮັບການປັບປຸງ ຜ່ານການນຳໃຊ້ຫຼັກການປະຕິບັດແບບຍືນຍົງ ແລະ ກິດຈະກຳສ້າງລາຍຮັບທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.
2. ການເສື່ອມໂຊມຂອງສິ່ງແວດລ້ອມ ແລະ ການຫຼຸດລົງຂອງຊັບພະຍາກອນໄດ້ຖືກຫຼຸດຜ່ອນລົງ ຜ່ານຄວາມພະຍາຍາມໃນການຈັດຕັ້ງປະຕິບັດກິດຈະກຳໂຄງການອານຸລັກທີ່ອີງໃສ່ຊຸມຊົນເປັນເຈົ້າການຫຼັກ.
3. ພາກສ່ວນກຳນົດນະໂຍບາຍ, ແລະ ບັນດາພາກສ່ວນກ່ຽວຂ້ອງມີຄວາມຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການເຊື່ອມໂຍງສາຍພົວພັນລະຫວ່າງ ການດຳລົງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມໃນເຂດພື້ນທີ່ຊຸມຊົນທ້ອງຖິ່ນທີ່ອາໄສຢູ່.
4. ຄວາມສາມາດຂອງຊຸມຊົນທ້ອງຖິ່ນໄດ້ຮັບການເສີມສ້າງ ເພື່ອເຂົ້າຮ່ວມກິດຈະກຳໂຄງການລິເລີ່ມການອະນຸລັກ ແລະ ການພັດທະນາແບບຍືນຍົງ ແລະ ຂະບວນການຕັດສິນໃຈ.
5
.
ການຮ່ວມມື ແລະ ການສ້າງຕັ້ງຄູ່ຮ່ວມງານທີ່ເຂັ້ມແຂງຫຼາຍຂຶ້ນກ່ວາເກົ່າ ລະຫວ່າງພາກສ່ວນກ່ຽວຂ້ອງ
ທີ່ມຸ່ງໝັ້ນເພື່ອບັນລຸເປົ້າໝາຍດ້ານຊີວິດການເປັນຢູ່ແບບຍືນຍົງ ແລະ ການອະນຸລັກສິ່ງແວດລ້ອມ.
Google Sites
Report abuse
Page details
Page updated
Google Sites
Report abuse